ປະຕິຄາຫົກຜູ້ຮັບທານ
佛言:”飯凡人百不如飯一善,人飯善人千不如飯持五戒者一人,飯持五戒者萬人不如飯一須陁
洹,飯須陁洹百萬不如飯一斯陁含,飯斯陁含千萬不如飯一阿那含,飯阿那含一億不如飯一阿羅漢,飯阿羅漢十億不如飯辟支佛一人,飯辟支佛百億不如以三尊之敎度其一世二親,敎親千億不如飯一佛——學願求佛,欲濟衆生也。飯善人福最深重,凡人事天地鬼神,不如孝其親矣,二親最神也。”
ບົດທີ 9 ປະຕິຄາຫົກຜູ້ຮັບທານ
ພຸດທະພົດ: ການໃຫ້ອາຫານແກ່ຄົນທໍາມະດາສາມັນ 100 ຄົນ ບໍ່ອາດທຽບໄດ້ກັບການໃຫ້ແກ່ຄົນດີ 1 ຄົນ, ໃຫ້ອາຫານແກ່ຄົນດີ 1,000 ຄົນ ບໍ່ອາດທຽບໄດ້ກັບການໃຫ້ອາຫານແກ່ຜູ້ຮັກສາສິນຫ້າ 1 ຄົນ, ໃຫ້ອາຫານແກ່ຜູ້ຮັກສາສິນຫ້າ 10,000 ຄົນ ບໍ່ອາດທຽບໄດ້ກັບການຖະຫວາຍອາຫານແກ່ພຣະໂສດາບັນ 1 ທ່ານ, ຖວາຍອາຫານແກ່ພຣະໂສດາບັນ 1 ລ້ານທ່ານ ບໍ່ອາດທຽບໄດ້ກັບການຖວາຍອາຫານ ແກ່ພຣະສະກະທາຄາມີ 1 ທ່ານ, ຖວາຍອາຫານແກ່ພຣະສະກະທາຄາມິ 10 ລ້ານທ່ານ ບໍ່ອາດທຽບໄດ້ກັບການຖວາຍອາຫານແກ່ພຣະອະນາຄາມີ 1 ທ່ານ, ຖວາຍອາຫານແກ່ພຣະອະນາຄາມີ 100 ລ້ານທ່ານ ບໍ່ອາດທຽບໄດ້ກັບການຖວາຍອາຫານແກ່ພຣະອໍລະຫັນ 1 ທ່ານ, ຖວາຍອາຫານແກ່ພຣະອໍລະຫັນ 1,000 ລ້ານທ່ານ ບໍໍ່ອາດທຽບໄດ້ກັບການຖວາຍອາຫານແກ່ພຣະປັຈເຈກະພຸດທະເຈົ້າ 1 ທ່ານ, ຖວາຍອາຫານແກ່ພຣະປັຈເຈກະພຸດທະເຈົ້າ 10,000 ລ້ານທ່ານ ບໍ່ອາດທຽບໄດ້ກັບການແນະນໍາໃຫ້ບິດາມານດາ ຖືໄຕຣສະຣະນະຄົມໃນ 1 ຊາດ, ການແນະນຳບຸບພະກາລີ 100,000 ລ້ານທ່ານ ກໍ່ບໍ່ອາດທຽບໄດ້ກັບການຖວາຍອາຫານແກ່ພຣະພຸດທະເຈົ້າ 1 ພຣະອົງ ຊື່ງມຸ່ງສະແຫວງຫາຄວາມເປັນພຸດທະປາດຖະໜາຊ່ວຍເຫຼືອສັບພະສັດທັງຫຼາຍ.
ອາຫານທີ່ໃຫ້ເປັນທານແກ່ກັນລະຍານະຊົນນັ້ນຈື່ງເປັນບຸນອັນຍີ່ງໃຫຍ່ ປຸຖຸຊົນຜູ້ໄຫວ້ຟ້າດີນ ພູດຜີ ແລະ ເທບພະເຈົ້າ ທັງຫຼາຍກໍ່ບໍ່ອາດທຽບໄດ້ກັບຄວາມກະຕັນຍູຕໍ່ບິດາມານດາ ເພາະວ່າ ທ່ານທັງສອງເປັນເທບພະເຈົ້າທີ່ສູງສຸດ.