ການລະນຶກຊາດ
有沙門問佛:“以何緣得道?奈何知宿命?”
佛言:“道無形,知之無益,要當守志行;譬如磨鏡,垢去明存,卽自見形,斷欲守空,卽見道眞,知宿命矣。”
ບົດທີ11 ການລະນຶກຊາດ
ມີສະມະນະທູນຖາມພຣະພຸດທະເຈົ້າວ່າ: ເພາະປັດໃຈໃດນໍ ຈື່ງບັນລຸທັມໄດ້? ເພາະເຫດໃດນໍ ຈື່ງລະລຶກຊາດໄດ້? ພຸດທະພົດ: ທັມນັ້ນບໍ່ມີລັກສະນະ ພຽງແຕ່ ກຳນົດຮູ້ ມັຄຄະຄືທາງແຫ່ງການປະຕິບັດນັ້ນ ຍ່ອມບໍ່ມີຄ່າ ເຮົາຈໍາຕ້ອງມຸ່ງໝັ້ນ ປະຕິບັດ ອຸປະມາດ້ວຍການເຊັດກະຈົກ ເມື່ອຄວາມສົກກະປົກໝົດໄປ ຄວາມໃສຈື່ງປະກົດ ນັ້ນຄືການເຫັນລັກສະນະຂອງຕົນ ເມື່ອຕັດຕັນຫາເສຍໄດ້ ຄວາມສະຫວ່າງຈື່ງປະກົດ ນັ້ນຄືການເຫັນທັມທີ່ແທ້ຈີງ ຈື່ງລະນຶກຊາດໄດ້.