사십이장경 13

ຣາຄະອຸປະມາດ້ວຍນ້ຳຂຸ່ນ ແລະ ນ້ຳຮ້ອນ

by 시우

佛言:“人懷愛欲不見道,譬如濁水,以五彩投其中,致力攪之,衆人共臨水上,無能睹其影者;愛欲交錯,心中爲濁,故不見道;水澄穢除,淸淨無垢,卽自見形。猛火著釜下,中水踊躍,以布覆上,衆生照臨,亦無睹其影者;心中本有三毒涌沸在內,五蓋覆外,終不見道;要心垢盡,乃知魂靈所從來

,生死所趣向,諸佛國土、道德所在耳。”


ບົດທີ13 ຣາຄະອຸປະມາດ້ວຍນ້ຳຂຸ່ນ ແລະ ນ້ຳຮ້ອນ

ພຸດທະພົດ: ບຸກຄົນ ຜູ້ມົກມຸ່ນຢູ່ໃນກາມຣາຄະ ຍ່ອມເບີ່ງບໍ່ເຫັນທັມ ເໝືອນດັ່ງນ້ຳຂຸ່ນ ເມື່ອໃສ່ນ້ຳສີທັງ 5 ລົງໄປໃນນ້ຳນັ້ນ ແລ້ວຄົນເຂົ້າກັນ ດ້ວຍກຳລັງຊົນທັງຫຼາຍ ທີ່ຊຸມນຸມກັນ ຢູ່ທີ່ໃກ້ນ້ຳນັ້ນ ຍ່ອມເບີ່ງບໍ່ເຫັນເງົາ ຂອງພວກເຂົາໄດ້ສັນໃດ ກາມຣາຄະ ທີ່ຄອບງຳ ຍ່ອມ ເຮັດໃຫ້ມີຄວາມໝົ່ນໝອງ ພາຍໃນຈິດ ສະນັ້ນ ຈື່ງເບີ່ງບໍ່ເຫັນທັມ ເມື່ອນໍ້ານັ້ນສະອາດ ຄວາມຂຸ່ນມົວຖືກກຳຈັດໄປ ເປັນຄວາມໃສປາສະຈາກມົນທິນ ຍ່ອມເບີ່ງເຫັນເງົາຕົນໄດ້ສັນນັ້ນ ອຸປະມາດ້ວຍ ທວນໄຟທີ່ເຜົາຢູ່ໃຕ້ໝໍ້ນ້ຳ ໃນໝໍ້ທີ່ຮ້ອນຈັດ ປິດທັບດ້ວຍຜ້າ ຄົນທັງຫຼາຍເຂົ້າມາໃກ້ເພື່ອສ່ອງເບີ່ງຕົນເອງ ຍ່ອມບໍ່ສາມາດເບີ່ງເຫັນເງົາພວກເຂົາໄດ້ສັນໃດ ພາຍໃນຈິິດທີ່ຄອບງຳດ້ວຍ ອະກຸສົນມູນທັງ 3 ຄື: ຣາຄະ ໂທສະ ໂມຫະ ຮ້ອນຈັດ ຢູ່ພາຍໃນ ມີນິວອນ 5 ທີ່ປົກປິດເອົາໄວ້ພາຍນອກ ຍ່ອມເບີ່ງບໍ່ເຫັນທັມສັນນັ້ນ ເມື່ອມົນທິນແຫ່ງຈິດໝົດສີ້ນແລ້ວ ຍ່ອມຮູ້ເຖີງທີ່ມາຂອງວິນຍານພົບພູມທີ່ວຽນວາຍຕາຍເກີດ ເຂົ້າໃຈພຸດທະພູມ ແລະ ຄຸນນະທັມທັງປວງ.


매거진의 이전글사십이장경 12