ບົດທີ19
佛言:“人隨情欲求華名,譬如燒香,衆人聞其香,然香以熏自燒;愚者貪流俗之名譽,不守道眞,華名危己之禍,其悔在後時。”
ບົດທີ19 ການຫຼົງໃນກຽດຕິຍົດອຸປະມາດ້ວຍໄມ້ຫອມທີ່ຖືກເຜົາ
ພຸດທະພົດ: ບຸກຄົນຜູ້ທະຍານຢາກຕາມອາລົມ ສະແຫວງຫາກຽດຕິຍົດຊື່ສຽງ ອຸປະມາດ້ວຍການເຜົາໄມ້ເກດສະໜາ ຄົນທັງຫຼາຍຍ່ອມໄດ້ກີ່ນຫອມນັ້ນ ແຕ່ໄມ້ເກດສະໜາຍ່ອມເຜົາຕົວມັນເອງ ປຽບດັ່ງຄົນໂງ່ຜູ້ທະຍານຢາກຫຼົງໄຫຼຊື່ສຽງກຽດຕິຍົດອັນເປັນໂລກີຍະ ບໍ່ຖືປະຕິບັດທັມທີ່ຖືກຕ້ອງ ຊື່ສຽງກຽດຕິຍົດຍ່ອມເປັນອັນຕະລາຍແກ່ຕົວເຂົາເອງ ແລະຈະຍັງເຮັດໃຫ້ມີຄວາມເສົ້າໂສກເສຍໃຈຈາກສີ່ງນັ້ນໃນພາຍຫຼັງ.