ອຸປະມາດ້ວຍທ່ອນໄມ້ສູ່ມະຫາສະໝຸດ
佛言:“夫爲道者,猶木在水,尋流而行,不左觸岸,亦不右觸岸;不爲人所取,不爲鬼神所遮,不爲洄流所住,亦不腐敗,吾保其入海矣。人爲道,不爲情欲所惑,不爲衆邪所誑,精進無疑,吾保其得道矣。”
ບົດທີ25 ອຸປະມາດ້ວຍທ່ອນໄມ້ສູ່ມະຫາສະໝຸດ
ພຸດທະພົດ: ບຸກຄົນຜູ້ບໍາເພັນທັມ ອຸປະມາດ້ວຍທ່ອນໄມ້ໃນນ້ຳ ໄຫຼໄປຕາມກະແສລໍາທານ ຫາກບໍ່ຕິດຢູ່ຝັ່ງຊ້າຍ ບໍ່ຕິດຢູ່ຝັ່ງຂວາ ບໍ່ຖືກຄົນນໍາໄປ ບໍ່ຖືກພູດຜີວິນຍານກາງກັ້ນໄວ້ ບໍ່ຖືກນ້ຳວົນສະກັດ ຫຼື ບໍ່ຜຸພັງ ເຮົາຂໍຮັບຮອງວ່າທ່ອນໄມ້ນີ້ຍ່ອມລອຍໄປສູ່ມະຫາສະໝຸດສັນໃດ ຜູ້ບໍາເພັນທັມ ບໍ່ຖືກກາມຣາຄະຄອບງຳ ບໍ່ຖືກມິດສາໂທດບຽດບຽນ ມີຄວາມພະຍາຍາມຢູ່ໂດຍປາສະຈາກຄວາມກັງວົນ ເຮົາຂໍຮັບຮອງວ່າເຂົາຍ່ອມບັນລຸຖືງທັມໄດ້ສັນນັ້ນ.