ພິກສຸຕັດອົງຄະຊາດ
佛言:“人有患婬,情不止,踞斧刃上,以自除其陰。佛謂之曰:‘若斷陰不如斷心,心爲功曹,若止功曹,從者都息;邪心不止,斷陰何益?斯須卽死。’”佛言:“世俗倒見,如斯癡人。”
ບົດທີ29 ພິກສຸຕັດອົງຄະຊາດ
ພຸດທະພົດ: ຜູ້ຕິດຢູ່ໃນເມຖຸນ ຈົນບໍ່ອາດຖອນອາລົມໄດ້ ເຂົານໍາຂວານ ຫຼື ມີດມາເພື່ອຕັດອົງຄະຊາດຂອງຕົນ ພຣະພຸດທະອົງຕັດວ່າ: ການຕັດອົງຄະຊາດ ບໍ່ອາດສູ້ການຕັດໃຈ ເພາະວ່າໃຈຄື ຕົວສັ່ງການ ຫາກຢຸດໃຈຕົວສັ່ງການໄດ້ ສີ່ງທີ່ຕິດຕາມມາກໍ່ຢຸດດ້ວຍ ຫາກມິດສາຈິດ ບໍ່ອາດລະງັບໄດ້ ການຕັດອົງຄະຊາດ ຈະມີປະໂຫຍດອັນໃດລະ? ບໍ່ຕ້ອງຕາຍລ້າໆບໍ? ພຸດທະພົດ: ປຸຖຸຊົນໃນໂລກ ຍ່ອມມີທັດສະນະທີ່ວິປະຫຼາດ ດັ່ງຄົນໂງ່ຜູ້ນີ້.