ນັກຮົບ - ນັກພົດ
佛言:“人爲道,譬如一人與萬人戰,被鉀、操兵、出門欲戰,意怯膽弱乃自退走,或半道還,或格鬪而死,或得大勝還國高遷。夫人能牢持其心,精銳進行,不惑于流俗狂愚之言者,欲滅惡盡,必得道矣。”
ບົດທີ32 ນັກຮົບ - ນັກພົດ
ພຸດທະພົດ: ຜູ້ບໍາເພັນທັມ ອຸປະມາດ້ວຍຄົນໜື່ງຄົນ ສູ້ຮົບກັບຄົນເປັນໝື່ນ ສວມເສື້ອເກາະ ຕິດອາວຸດ ອອກຈາກປະຕູໄປເພື່ອການສົງຄາມ ມີຈິດຫວັ່ນໄຫວອ່ອນແອ ຖອຍແດ່ ກັບລະຫວ່າງທາງແດ່ ຕາຍໃນລະຫວ່າງຮົບແດ່ ໄດ້ຮັບໄຊຊະນະຢ່າງຍີ່ງໃຫຍ່ກັບປະເທດມີຕໍາແໜ່ງສູງແດ່ສັນໃດ ບຸກຄົນຜູ້ອົງອາດສາມາດຮັກສາຈິດ ມີຄວາມພຽນຢ່າງຍີ່ງຍວດ ບໍ່ຖືກຖ້ອຍຄໍາແຫ່ງຄວາມຫຼົງງົມງວາຍໃນໂລກີວິໄສຄອບງໍາ ປາດຖະໜາຄວາມດັບສີ້ນແຫ່ງຄວາມຊົ່ວ ຍ່ອມບັນລຸທັມໄດ້ຢ່າງແນ່ນອນສັນນັ້ນ.