ສີ່ງທີ່ໄດ້ໂດຍຍາກ
佛言:“夫人離三惡道得爲人難;旣得爲人,去女卽男難;旣得爲男,六情完具難;六情已具,生中國難;旣處中國,値奉佛道難;旣奉佛道,値有道之君難,生菩薩家難;旣生菩薩家,以心信三尊、値佛世難。”
ບົດທີ36 ສີ່ງທີ່ໄດ້ໂດຍຍາກ
ພຸດທະພົດ: ບຸກຄົນຫຼີກເວັ້ນທຸຕິຍະພູມທັງ 3 (ນາລົກ, ເປດ, ສັດເດຍລະສານ) ຈື່ງໄດ້ຄວາມເປັນມະນຸດທີ່ໄດ້ໂດຍຍາກ ເມື່ອໄດ້ຄວາມເປັນມະນຸດແລ້ວ ການລະສະຕຣິເພດເພື່ອເປັນບູລຸດເພດກໍ່ໄດ້ໂດຍຍາກ ເມື່ອໄດ້ບູລຸດເພດແລ້ວ ການໄດ້ອາຍະຕະນະທັງ 6 ທີ່ຄົບບໍລິບູນ ກໍ່ເປັນສີ່ງທີ່ໄດ້ໂດຍຍາກ ເມື່ອໄດ້ອາຍະຕະນະທັງ 6 ແລ້ວ ການເກີດໃນມັດທະຍົມປະເທດ ກໍ່ເປັນສີ່ງທີ່ໄດ້ໂດຍຍາກ ເມື່ອຢູ່ມັດທະຍົມປະເທດແລ້ວ ການໄດ້ປະຕິບັດໃນທັມ ຂອງພຣະພຸດທະເຈົ້າ ກໍ່ເປັນສີ່ງໄດ້ໂດຍຍາກ ເມື່ອປະຕິບັດໃນທັມຂອງພຣະພຸດທະເຈົ້າແລ້ວ ການໄດ້ພົບສັດຕະບູລຸດ ທີ່ຊົງທັມ ກໍ່ເປັນສີ່ງທີ່ໄດ້ໂດຍຍາກ ການເກີດໃນເຮືອນຂອງພຣະໂພທີສັດ ກໍ່ເປັນສີ່ງທີ່ໄດ້ໂດຍຍາກ ເມື່ອເກີດໃນເຮືອນພຣະໂພທິສັດແລ້ວ ການມີຈິດສັດທາໃນພຣະຣັດນະໄຕໄດ້ພົບພຣະພຸດທະເຈົ້າ ໃນໂລກກໍ່ເປັນສີ່ງທີ່ໄດ້ໂດຍຍາກ.